ຊີວິດຄູ່ຫຼັງປະຕູວິວາ


ຫຼາຍຄົນຄິດວ່າ
ການຍ່າງເຂົ້າສູ່ປະຕູວິວາ ຄືຄວາມສຳເລັດ ແລະ ຄວາມສົມຫວັງໃນຄວາມຮັກຂອງຄູ່ບ່າວສາວ ເພາະວ່າກວ່າຈະມາເຖິງມື້ນີ້ ເຂົາເຈົ້າໄດ້ຜ່ານຜ່າອຸປະສັກນາໆປະການ.

ຊີວິດຮັກຕອນເປັນບ່າວສາວ

      ເວລາເລີ່ມຮັກກັນໃໝ່ໆ ທັງສອງກໍພະຍາຍາມສະແດງບົດບາດຂອງຕົນໃຫ້ດີທີ່ສຸດ ເພື່ອໃຫ້ພາບພົດອອກມາຖືກອົກຖືກໃຈຂອງກັນແລະກັນ. ເຄື່ອງນຸ່ງແນວໃດງາມ, ເຄື່ອງສຳອາງແນວໃດຄັກ ກໍພາກັນຊື້ມາໃຊ້ໂດຍບໍ່ສົນລາຄາ ໃນຂະນະດຽວກັນ ຄຳເວົ້າຄຳວ່າຕ່າງໆລ້ວນແຕ່ຖືກໄຕ່ຕອງດີແລ້ວ ຈິ່ງເວົ້າອອກມາ. ຕະຫຼອດໄລຍະເວລາດັ່ງກ່າວ ເກືອບວ່າບໍ່ເຄີຍໄດ້ຍິນຄຳຮ້າຍຄຳດ່າແຕ່ປະການໃດຈາກປາກຂອງຄົນຮັກ ມີແຕ່ຄຳເວົ້າມ່ວນຊວນຟັງຢ່າງບໍ່ຮູ້ເບື່ອ.

ຄວາມຮັກຫຼາຍຂື້ນ ຄວາມຢາກຈະເປັນເຈົ້າຂອງ ແລະ ຢາກເຮັດທຸກຢ່າງເພື່ອຄົນທີ່ຕົນເອງຮັກກໍຫຼາຍຂື້ນ ຄືກັບວ່າ ໂລກນີ້ມີແຕ່ເຈົ້າຜູ້ດຽວ. ບໍ່ວ່າຈະນັ່ງ ຈະນອນ ຫຼື ເຮັດອັນໃດກໍຕາມ ພາບແລະສຽງຂອງຄົນຮັກກໍຈະປະກົດຢູ່ໃນໃຈສະເໝີ. ບໍ່ເຫັນໜ້າກັນດ້າມມື້ ກໍຊິເປັນຊິຕາຍເອົາໂລດ ສົມກັບຄຳບູຮານລາວວ່າ ບໍ່ເຫັນໜ້າ ເຫັນແຕ່ຊາຍຄາເຮືອນກໍພໍຢູ່ ເຫັນແຕ່ສິ້ນຟາດຮົ້ວ ພໍປານໄດ້ນັ່ງນຳ. ດີແຕ່ຍຸກນີ້ເຕັກໂນໂລຊີທັນສະໄໝ ຄົນເຮົາສາມາດລົມກັນຜ່ານໂທລະສັບສະມາດໂຟນຢ່າງສະດວກສະບາຍ ເຊິ່ງບໍ່ຈຳເປັນຕ້ອງໄປຈອບເບິ່ງສິ້ນຟາດຮົ້ວຄືເມື່ອກ່ອນ.

ຄົນກຳລັງມີຄວາມຮັກ ເບິ່ງຫຍັງກໍຈະງົດງາມໄປໝົດ ແລະ ບໍ່ເຄີຍອອກປາກວ່າແຟນໂຕບໍ່ດີແນວນັ້ນແນວນີ້. ຫຼືອາດຈະເປັນເພາະ ຕ່າງຄົນຕ່າງພະຍາຍາມປົກປິດຄວາມບໍ່ດີຂອງຕົນເອງເອົາໄວ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ເລີຍເຮັດໃຫ້ຝ່າຍໜຶ່ງເຫັນຄົນທີ່ຕົນເອງຮັກດີໄປໝົດທຸກຢ່າງ.  ແມ່ນແຕ່ຫຼາຍຄັ້ງທີ່ເຫັນຂໍ້ບົກຜ່ອງຂອງຄົນຮັກ ຄົນເຮົາກໍມັກຈະຫຼັບຫູຫຼັບຕາອະນຸໂລມຂໍ້ຕຳນິເຫຼົ່ານັ້ນ ຫຼືບໍ່ກໍເບິ່ງຂ້າມໄປເລີຍ.  ຄົງປະຕິເສດບໍ່ໄດ້ວ່າ ຄວາມຮັກໃນເວລາເປັນແຟນ ເປັນຄວາມຮັກທີ່ເຕັມໄປດ້ວຍຄວາມສະ ເໜ່ຫາໃນຮູບສຽງເຊິ່ງແຝງດ້ວຍມາຍາຕ່າງໆຂອງອີກຝ່າຍໜຶ່ງ. ດ້ວຍເຫດນີ້ ຈິ່ງເຮັດໃຫ້ສອງຄົນລືມສຶກສາຂໍ້ດີ ແລະ ຂໍ້ດ້ອຍຂອງກັນແລະກັນ. ນີ້ໜໍເພິ່ນວ່າ ຄວາມຮັກມາກຸ້ມ ໆ ຄືກະສຸມງຸມຫົວ ຄວາມຮັກມາພໍ ໆ ຄືກະທໍງຸມຮົ້ວ.

ເວລາຜ່ານໄປ ຄວາມຮັກທີ່ແສນຈະກືນກິນກໍເລີ່ມເປັນລາຍຕ່າງ. ຄວາມສະເໜ່ຫາ ແລະ ຄວາມຫຼົງໄຫຼໃນຮູບໃນສຽງຂອງຄົນທີ່ຕົນເອງເອີ້ນວ່າ ແຟນກໍຫຼຸດໜ້ອຍຖອຍລົງ. ຄົນທີ່ຕົນເອງຄິດວ່າ ຮັກສຸດໃຈ ແລະ ຈະຍອມມອບກາຍຖວາຍຊີວິດນຳນັ້ນ ມັນກັບບໍ່ແມ່ນສາແລ້ວ. ແນວຄິດຢາກຕີຕົວອອກຫ່າງ ແລະ ຢາກຊອກຫາຄົນໃໝ່ກໍເລີ່ມເກີດຂື້ນ. ຖ້າຫາກຕ່າງຝ່າຍຕ່າງເຕັມໃຈແຍກທາງມັນກະດີຢູ່ດອກ ແຕ່ຝ່າຍໜຶ່ງຢາກເລີກ ຝ່າຍໜຶ່ງພັດບໍ່ຢາກເລີກຫັ້ນຕີມັນມີບັນຫາ. ບາງຄູ່ເລີກກັນໄປຫຼາຍປີກັບມາຫາກັນໃໝ່ກະມີ, ບາງຄູ່ຖືກຄົນອື່ນມາຢາດເອົາແຟນໂຕເອງກະມີ ຫຼື ບາງຄູ່ຈັ່ງແມ່ນກະໂຕແຟນເຮົານັ້ນຫຼາຍໃຈຫາຫຼີ້ນໃໝ່ໄປເລີຍກະມີ.  ຍິ່ງຮັກຫຼາຍ ກໍຍິ່ງເຈັບຫຼາຍ ຈົນເຮັດໃຫ້ບາງຄົນຕັດສິນໃຈບໍ່ສ້າງຄອບຄົວຕະຫຼອດຊີວິດເລີຍກໍມີ.  ລາງຄົນໂຊກດີ ສາມາດນຳກັບຄືນມາກໍໄຄແດ່.

ບາງຄູ່ຕົກລົງປົງໃຈເດີນທາງນຳກັນແລ້ວ ພັດມາແຍກກັນກາງທາງ ດ້ວຍເຫດຜົນໃນຕົວ ແລະ ນອກຕົວ. ແຕ່ກະຊິບໍ່ມີຫຍັງໜ້າເສົ້າ ແລະ ຫົດຫູ່ໄປກວ່າ ບາງຄູ່ຍັງແຕ່ສອງສາມມື້ຈະເຂົ້າພາຂວັນ ເຈົ້າສາວ ຫຼື ເຈົ້າບ່າວພັດກັບມາເສຍຊີວິດກະທັນຫັນ. ງານວິວາມະຫາມຸງຄຸນຕ້ອງປ່ຽນເປັນງານເຮືອນດີ ທີ່ເຕັມໄປດ້ວຍຄວາມໂສກເສົ້າ ແລະ ເສຍໃຈຂອງຄົນຮັກ ແລະ ຍາດພີ່ນ້ອງ. ນີ້ຄືເຫດຜົນທີ່ຜູ້ເຖົ້າຜູ້ແກ່ເພິ່ນຫ້າມ ວາທີເຈົ້າບ່າວ ແລະ ເຈົ້າສາວອອກຈາກເຮືອນສອງສາມມື້ກ່ອນແຕ່ງດອງໂດຍບໍ່ຈຳເປັນ. ດ້ວຍເຫດນີ້ແຫຼະ ຫຼາຍຄົນຈິ່ງຄິດວ່າ ປະຕູວິວາ ຄື ປະຕູໄຊ ຂອງຄູ່ບ່າວສາວ.

ງານວິວາມະຫາມຸງຄຸນ

      ການແຕ່ງດອງຕາມກົດໝາຍ ກໍຄືການຈົດທະບຽນສົມລົດຢ່າງສົມບູນ ພາຍຫຼັງການຕົກລົງປົງໃຈຂອງຄູ່ບ່າວສາວ ແລະ ຄວາມເຫັນດີຂອງພໍ່ແມ່ທັງສອງ. ແຕ່ຕາມຮີດຄອງປະເພນີ ຄົນລາວສ່ວນຫຼາຍມັກຈັດພິທີການສູ່ຂໍ ແລະ ແຕ່ງດອງກັນຢ່າງຄັກແນ່ ເພື່ອເປັນສິລິມຸງຄຸນແກ່ຄູ່ສ້າງຄອບຄົວໃໝ່.

      ພິທີການແຕ່ງດອງຈັດຂື້ນຕາມກຳລັງແຮງເງິນຂອງແຕ່ລະຄູ່. ຜູ້ເພິ່ນມີແດ່ ກໍຈັດງານຢ່າງໃຫຍ່ໂຕມະໂຫຖານ ໃຫ້ສົມຖານະຂອງຕົນເອງ ສ່ວນໄທເຮົາເຈົ້າຂ້ອຍກໍຈັດງານພໍແລ້ວຕາມຮີດຄອງ. ບໍ່ວ່າຈະເຮັດໃຫຍ່ຫຼືນ້ອຍ ພິທີການແຕ່ງດອງກໍເຮັດຄົບຖ້ວນເຊັ່ນດຽວກັນ. ນອກນັ້ນ ກໍຍັງມີການຄຳໂອວາດ ພ້ອມທັງຝາກຝັງນຳເພື່ອນມິດໃຫ້ເບິ່ງແຍງ ແລະ ຊ່ວຍເຫຼືອຄູ່ສ້າງຄອບຄົວໃໝ່ອີກ. ທຸກຄົນມາໃນງານຕ່າງກໍສະແດງຄວາມຍິນດີ ແລະ ອວຍພອນຢ່າງເຕັມທີ່ ຈົນເຈົ້າບ່າວເຈົ້າສາວຍີ້ມຈົນບໍ່ມີຍາມຫຸບແຂ້ວ. ເມື່ອງານດອງສຳເລັດລົງ ທຸກຄົນຕ່າງກໍເຊື່ອວ່າ ຄູ່ສ້າງຄອບຄົວໃໝ່ຈະຮັກກັນໄປຈົນເຖົ້າຈົນແກ່ ເປັນຜົວແກ້ວເມຍທິບ ຜົວຫຍິບເມຍແສ່ວ ຜົວຄ້ຳເມຍຄູນ ຜົວຮັ່ງເມຍມີ ສົມດັ່ງຄຳອວຍພອນ.

ຊີວິດຮັກຫຼັງການແຕ່ງດອງ

ຊີວິດຄູ່ ຫຼັງປະຕູວິວາອາດຈະບໍ່ງົດງາມ ແລະ ລາບລື່ນ ຄືກັບສິ່ງທີ່ຫຼາຍຄົນຈິນຕະນາການໄວ້.  ຊີວິດຮັກໃນຄາວເປັນແຟນ ກັບຊີວິດຮັກໃນຄວາມເປັນຜົວເມຍຕ່າງກັນຢ່າງໜ້າມືກັບຫຼັງມື. ບັນຫາພາຍໃນ ແລະ ພາຍນອກເກີດຂື້ນຕະຫຼອດ ເຊິ່ງທັງສອງຕ້ອງຊ່ວຍກັນແກ້ ບໍ່ແມ່ນປະໃຫ້ຝ່າຍໃດຝ່າຍໜຶ່ງແກ້ພຽງຄົນດຽວ. ບໍ່ວ່າອຸປະສັກຈະຫຍຸ້ງຍາກປານໃດ ກໍສາມາດຜ່ານມາໄດ້ ຖ້າຫາກສອງຜົວເມຍຮ່ວມແຮງຮ່ວມໃຈກັນ ຄືກັບຄຳໝັ້ນສັນຍາທີ່ໃຫ້ກ່ອນມື້ແຕ່ງ.  ສະນັ້ນ ປະຕູວິວາຈະເປັນ ປະຕູສະຫວັນ ຫຼື ປະຕູນະລົກ ຂື້ນກັບການຕັດສິນໃຈຂອງຄົນສອງຄົນ.

ຄົນແຕ່ງດອງແລ້ວມີຄວາມສຸກກໍຫຼາຍ ແຕ່ຄົນທີ່ແຕ່ງດອງແລ້ວທຸກກວ່າຕອນບໍ່ທັນແຕ່ງກໍບໍ່ອຶດເຊັ່ນດຽວກັນ. ບາງຄົນຈົນຖືກໝູ່ເວົ້າໃຫ້ວ່າ ຕອນບໍ່ທັນແຕ່ງທັງຮ້ອງທັງໄຫ້ ບາດແຕ່ງດອງແລ້ວທັງໄຫ້ທັງຮ້ອງ. ເຈົ້າອາດຈະຕົກໃຈເມື່ອຮູ້ວ່າ ຄົນທີ່ເປັນຜົວ-ເປັນເມຍໃນຕອນນີ້ ອາດຈະບໍ່ແມ່ນຄົນຄົນດຽວທີ່ເປັນແຟນຂອງເຈົ້າກໍເປັນໄດ້. ຮ່າງກາຍ ແລະ ຈິດໃຈຂອງຄົນເຮົາປ່ຽນແປງໄປຕາມການເວລາ ແລະ ສະພາບແວດລ້ອມ. ເມື່ອຢູ່ໃນສະພາບແວດລ້ອມທີ່ບໍ່ດີ ຊີວິດກໍຈະປະເຊີນກັບບັນຫາຫຼາຍຂື້ນ.

ບັນຫາເສດຖະກິດ ກໍເປັນບັນຫາໜຶ່ງທີ່ສົ່ງຜົນກະທົບຕໍ່ຊີວິດຄູ່. ບາງຄົນໂຊກດີ ພໍ່ແມ່ມີທຶນມີຮອນໄວ້ໃຫ້ ແຕ່ບາງຄົນຊີວິດຄູ່ຕ້ອງເລີ່ມຈາກສູນ. ຊີວິດຕ້ອງດີ້ນລົນສຸດຂີດກວ່າຈະໄດ້ເງິນມາລ້ຽງຄອບຄົວ. ເວລາບໍ່ມີເງິນ ຄວາມງຸດງິດໃນໃຈກໍເກີດຂື້ນ ແລະ ເກີດຜິດຖຽງກັນກໍມີ. ບາງຄົນເຖິງຂັ້ນຕັ້ງຄະຕິເຕື່ອນໃຈວ່າ ຫ້າມຜິດຖຽງກັນຕອນບໍ່ມີເງິນ.

ບັນຫາສັງຄົມ ກໍເປັນບັນຫາໜຶ່ງທີ່ສຳຄັນບໍ່ໜ້ອຍໄປກວ່າບັນຫາເສດຖະກິດ. ເມື່ອສ້າງຄອບຄົວແລ້ວ ການພົບປະສັງສັນກັບໝູ່ ແລະ ການດື່ມການເມົາຫຼຸດໄປກວ່າເຄິ່ງ. ຍິ່ງຄົນທີ່ມີຕົນທຶນບໍ່ສູງ ກໍຍິ່ງຕ້ອງໄດ້ຈຳກັດຕົນເອງລົງໃຫ້ຫຼາຍທີ່ສຸດ. ເປົ້າໝາຍຫຼັກກໍແມ່ນປະຍັດເງິນ ແລະ ເວລາ ເພື່ອໄປທຳມາຫາກິນຄ້ຳຈູນຄອບຄົວ. ປັດຈຸບັນມີສິ່ງລໍ້ຕາລໍ້ໃຈຫຼາຍຂຶ້ນເລື້ອຍໆ ຜູ້ບ່າວຜູ້ສາວງາມທີ່ກວ່າຜົວເຮົາເມຍເຮົາເກີດຂື້ນປານດອກເຫັດ. ນອກນີ້,​ ບັນຫາການພະນັນກໍມີຢູ່ທຸກຮູບແບບ ແລະ ສາມາດຫຼີ້ນໄດ້ທຸກທີ່ທຸກເວລາ. ຫາກໃຜບໍ່ທຸ່ນແທ້ ກໍຫຼົງໄຫລໄປຕາມກະແສເລີຍ.

ບັນຫາໂຕເອງ ເປັນບັນຫາສຳຄັນກວ່າໝູ່ໝົດ. ຜົວເມຍເປັນຜູ້ຕັດສິນ ແລະ ຜູ້ປະຄັບປະຄອງຊີວິດຄູ່. ເວົ້າແລ້ວ ກະຈັກຊິໃຫ້ໃຜມາເຮັດຊ່ວຍ ຄັນບໍ່ແມ່ນໂຕເອງ. ຖ້າຕົວເອງບໍ່ເປັນໂຕເອງແລ້ວ ກໍຍາກທີ່ຈະດຳເນີນຊີວິດຮ່ວມກັນໄປຈົນເຖົ້າແກ່.  ບາງຄົນພາຂວັນຍັງບໍ່ທັນແຮ່ວ ກໍຢ່າຮ້າງກັນສາແລ້ວ. ບາງຄົນສູ້ຊີວິດມານຳກັນຈົນມີເງິນມີຄຳ ບາດວ່າຊີວິດພໍໄຄແດ່ ພັດຢາກໄປສ້າງຊີວິດຮ່ວມກັບຄົນອື່ນ. ມີຫຼາຍຄົນຢູ່ນຳກັນໄປຈົນອາຍຸຫ້າຫົກສິບແລ້ວ ຍັງປະຮ້າງກັນໃຫ້ລູກຫຼານເບິ່ງ ຫາວ່າບໍ່ເຂົ້າໃຈກັນ. ບັນຫາໂຕເອງ ໂຕເອງຕ້ອງເປັນຜູ້ແກ້ໄຂ ແລະ ເປັນຜູ້ດັດສັນດານບໍ່ດີຂອງໂຕເອງ ຖ້າຢາກໃຫ້ຄອບຄົວອົບອຸ່ນຄືບ້ານຄືເມືອງເພິ່ນ.

ເຮັດແນວໃດຊີວິດຄູ່ຈິ່ງຈະຢູ່ນຳກັນຢ່າງມີຄວາມສຸກ?

ໃນພຸດທະສາສະໜາມີຫຼັກຢູ່ 4 ຂໍ້ ເອີ້ນວ່າ ຄາລະວາສະທຳ ແປວ່າ ຂໍ້ປະຕິບັດສຳຫຼັບຜູ້ຄອງເຮືອນ. ຜູ້ໃດທີ່ຕ້ອງການໃຫ້ຊີວິດຄູ່ ຫຼື ຄອບຄົວຂອງຕົນເອງມີຄວາມໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ ຄວນປະຕິບັດທຳ 4 ຂໍ້ນີ້:

1.   ສັດຈະ ແປວ່າ ຈິງໃຈ ຊື່ສັດ ບໍ່ນອກໃຈ. ຜົວເມຍຢູ່ນຳກັນຕ້ອງມີຄວາມຊື່ສັດຕໍ່ກັນ ບໍ່ນອກໃຈ ຫຼື ຫຼອກລວງກັນ. ຫາກທຸກຄົນມີສັດຈະ ຄວາມວາດລະແວງກໍບໍ່ມີ. ບໍ່ວ່າຜົວ ຫຼື ເມຍຈະໄປໃສ ທາງໃດ ຜູ້ຢູ່ເຮືອນກໍສະບາຍໃຈ.

2.   ທະມະ ແປວ່າ ການຂົ່ມໃຈ, ຮັກສາໃຈ ຫຼື ການບັງຄັບໃຈຕົວເອງ. ຄົນຢູ່ນຳກັນ ຈະບໍ່ໃຫ້ຮ້າຍ ບໍ່ໃຫ້ຜິດຖຽງກັນຈັກເທື່ອແມ່ນເປັນໄປບໍ່ໄດ້. ມັນຍ່ອມຜິດຖຽງກັນເປັນທຳມະດາ ແຕ່ສຳຄັນທີ່ສຸດທັງສອງຕ້ອງຮູ້ຈັກຄວບຄຸມໃຈຕົວເອງ ແລະ ບໍ່ປ່ອຍໃຫ້ໄປຕາມອາລົມ. ຖ້າບໍ່ດັ່ງນັ້ນ, ຊີວິດຫາຄວາມສະຫງົບໄດ້ຍາກ.

3.   ຂັນຕິ ແປວ່າ ຄວາມອົດທົນ. ນອກຈາກອົດທົນຕໍ່ວຽກໜັກການໜາແລ້ວ ຍັງຕ້ອງອົດທົນຕໍ່ຄຳເວົ້າ ແລະ ການກະທຳຂອງຜູ້ອື່ນ. ໃນຊີວິດຄູ່ ການອົດທົນຕໍ່ຄຳເວົ້າສຽດສີ ແລະ ດູໝິ່ນປະມາດຂອງຜູ້ອື່ນ ໂດຍສະເພາະຄູ່ຊີວິດຂອງຕົນເອງ ແມ່ນມີຄວາມຈຳເປັນທີ່ສຸດ. ຫຼັງຈາກເປັນຜົວເມຍແລ້ວ ຄຳເວົ້າທີ່ບໍ່ເຄີຍຍິນ ແລະ ບໍ່ຢາກຟັງ ກໍຈະໄດ້ຟັງໄດ້ຍິນຈາກປາກຂອງຄູ່ຊີວິດ.

4.   ຈາຄະ ແປວ່າ ເສຍສະຫຼະ ຄືເສຍສະຫຼະສິ່ງທີ່ຕົນເອງມີເພື່ອຄວາມສຸກຂອງຜູ້ອື່ນເປັນຕົນ ຄົນຮັກ, ຍາດພີ່ນ້ອງ ແລະ ສັງຄົມ. ການເບິ່ງແຍງສຸກທຸກຂອງພໍ່ແມ່ ແລະ ຍາດຂອງຜົວ ຫຼື ເມຍເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ.

ຊີວິດຮັກຫຼັງຈາກການແຕ່ງດອງ ເປັນຊີວິດທີ່ເຕັມໄປດ້ວຍຄວາມຮັບຜິດຊອບ. ຫຼັງຈາກເປັນຜົວເມຍກັນແລ້ວ ບໍ່ວ່າດີ ຫຼື ຮ້າຍ ສອງຄົນຈະຕ້ອງໄດ້ສູ່ຊົນຜ່ານຜ່ານຳກັນໄປຈົນເຖິງທີ່ສຸດ. ສະນັ້ນ ປັດໄຈສຳຄັນສຳຫຼັບຄວາມໝັ້ນຄົງຂອງຄອບຄົວຄື ການຕັດສິນໃຈຂອງສອງຜົວເມຍ. ຢ່າລືມວ່າ ຈິດໃຈຂອງຄົນປ່ຽນແປງຕະຫຼອດເວລາ.  ຄົນທີ່ຄິດຄວບຄຸມຜູ້ອື່ນ ຈະຕ້ອງຄວບຄຸມຈິດໃຈຂອງຕົນເອງດ້ວຍ. ສອງຜົວເມຍຈະຕ້ອງລົມກັນ ແລະ ສຶກສາອົບຮົມເຊິ່ງກັນແລະກັນຢ່າງຈິງໃຈ ບົນພື້ນຖານເຫດແລະຜົນ. ການຫຼຸດຜ່ອນຄວາມຖືຕົນ ແລະ ເຂົ້າຂ້າງຕົວເອງເປັນສິ່ງທີ່ຄວນເຮັດ ເພື່ອຄວາມສະບາຍໃຈຂອງຄູ່ຊີວິດ ແລະ ຄວາມຈະເລີນຂອງຄອບຄົວ.

 

Post a Comment

0 Comments