ທຸກ
ທຸກ (ທຸກຂ໌) ຄືຄວາມທຸກທາງກາຍ ຄວາມທຸກທາງໃຈ. ຖ້າຈະກ່າວໂດຍລະອຽດແລ້ວມີຫຼາຍເຊັ່ນ: ຄວາມເກີດກໍເປັນທຸກ, ຄວາມແກ່ກໍເປັນທຸກ, ຄວາມຕາຍກໍເປັນທຸກ, ຄວາມເສົ້າໂສກອາໄລ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈຄວາມຄັບແຄ້ນໃຈກໍເປັນທຸກ, ຄວາມປະສົບກັບສິ່ງທີ່ບໍ່ເພິ່ງປາດຖະໜາກໍເປັນທຸກ, ຄວາມພັດພາກຈາກສິ່ງທີ່ເປັນທີ່ຮັກທີ່ພໍໃຈກໍເປັນທຸກ ແລະອື່ນໆ. ແຕ່ຖ້າຈະກ່າວໂດຍສະຫຼຸບແລ້ວ ທ່ານເຈົ້າຄຸນໂຊດົກ ຍານະສິດທິ ກ່າວວ່າມີ 4 ຢ່າງໄດ້ແກ່: ທຸກຂະເວທະນາ ຄືທຸກເຈັບ ທຸກປວດ (ເຈັບຕາ, ເຈັບຫົວ, ລົດລົ້ມ....), ທຸກຂະສະພາວະ ຄືທຸກປະຈຳສັງຂານ: ຫີວເຂົ້າ ຫີວນ້ຳ ປວດຂີ້ ປວດຢ່ຽວ, ທຸກຂະລັກສະນະ ຄືໝາຍບອກໃຫ້ຮູ້ວ່າເປັນທຸກເຊັ່ນ ນັກໂທດຖືກໃສ່ໂສ້ລ່າມຂາແລະກະລັບມື ແລະ ທຸກຂະອະຣິຍະສັດ. ທຸກຂະອະຣິຍະສັດ ວ່າໂດຍອົງທຳມີ 160 (ໂລກີຍະກິດ 81 ດວງ, ເຈຕະສິກ 51 ດວງ ແລະ ຮູບ 28); ເມື່ອຫຍໍ້ກໍຄືຂັນ 5; ຫຍໍ້ຈາກຂັນ 5 ມີ 3 (ຮູບ ນາມເຈຕະສິກ ແລະນາມຈິດ); ຫຍໍ້ຈາກ 3 ເຫລືອ 2 ຄື: ຮູບ ກັບ ນາມ ຫລື ກາຍ ກັບ ໃຈ.
ສະມຸໄທ
ສະມຸໄທ (ສະມຸທັຍ) ຄືສາເຫດທີ່ເຮັດໃຫ້ເກີດທຸກ ເຊິ່ງເກີດຈາກຄວາມຕ້ອງການຂອງມະນຸດ ໄດ້ແກ່ຕັນຫາ. ຕັນຫາຄືຄວາມທະເຍີທະຍານຢາກ ມີ 3 ປະເພດຄື: ກາມຕັນຫາ (ຄວາມຢາກໃນກາມະຄຸນ 5: ຮູບ, ສຽງ, ກິ່ນ, ຣົດ ແລະ ສຳພັດ), ພາວະຕັນຫາ (ຄວາມຢາກເປັນນັ້ນ ຢາກເປັນນີ້) ແລະ ວິພາວະຕັນຫາ (ຄວາມທະເຍີທະຍານຢາກໃນວິພົບ ຄືຄວາມຢາກບໍ່ເປັນນັ້ນ ບໍ່ເປັນນີ້). ຄວາມຈິງສິ່ງທີ່ເຮັດໃຫ້ເຮົາທະເຍີທະຍານຢາກກໍເພາະເຮົາມີກິເລດ. ກິເລດໝາຍເຖິງສິ່ງທີ່ເຮັດໃຫ້ເສົ້າໝອງ ຄອບງຳຈິດໃຈຂອງມະນຸດມີຢູ່ 3 ປະເພດຄື: ອະນຸໄສກິເລດ (ກິເລດລະອຽດທີ່ນອນຢູ່ໃນຈິດໄຮ້ສຳນຶກຂອງຄົນເຮົາ), ປະຣິຍຸດຖານກິເລດ (ກິເລດຢ່າງກາງ) ຫລື ນິວອນ 5 ແລະ ວີຕິກກະມະກິເລດ (ກິເລດຫຍາບ) ຄືຄວາມຊົ່ວທີ່ອອກມາຈາກກາຍແລະປາກ. ດັ່ງນັ້ນ ອາດຈະຈັດສະມຸໄທເປັນ ປັດຕິດຈະສະມຸບບາດສາຍເກີດ ກໍໄດ້ ເພາະສິ່ງນີ້ມີ ສິ່ງນີ້ຈິ່ງມີ (ມີກິເລດ ຈິ່ງມີຕັນຫາ, ມີຕັນຫາຈິ່ງມີທຸກ).
ອະນຸໄສກິເລດ
- ກາມະຣາຄານຸໄສ ຄວາມຍິນດີໃນກາມະຄຸນອາຣົມ ເຊິ່ງຈະນອນຢູ່ຂັນທະສັນດານ ເມື່ອມີອາຣົມຄືຮູບ ສຽງ ກິ່ນ ຣົດ ແລະສຳພັດຕ່າງໆມາກະທົບກັບຕາ ຫູ ດັງ ລີ້ນ ແລະ ກາຍ (ໂລພະເຈຕະສິກ).
- ພະວະຣາຄານຸໄສ ຄວາມຍິນດີຕິດໃຈໃນຮູປະພົບ ຫຼື ຣູປະຊານ ອະຣູປະຊານ (ໂລພະເຈຕະສິກ).
- ປະຕິຄານຸໄສ ຄວາມບໍ່ຍິນດີບໍ່ພໍໃຈໃນອາຣົມ (ໂທສະເຈຕະສິກ).
- ມານານຸໄສ ຄວາມທະນົງໂຕ ໂອ້ອວດ ຖືໂຕ ບໍ່ຍອມອ່ອນຂໍ້ໃຫ້ແກ່ຜູ້ໃດ (ມານານຸເຈຕະສິກ).
- ທິດຖານຸໄສ ຄວາມເຫັນຜິດ (ທິດຖີເຈຕະສິກ).
- ວິຈິກິດສານຸໄສ ຄວາມລັງເລສົງໄສ (ວິຈິກິດສາເຈຕະສິກ).
- ອະວິດຊານຸໄສ ຄວາມຫລົງ ມົວເມົາ (ໂມຫະເຈຕະສິກ).
ນິວອນ 5
- ກາມະສັນທະ ຄວາມພໍໃຈໃນກາມະຄຸນ 5 (ຮູບ ສຽງ ກິ່ນ ຣົດ ແລະ ສຳພັດ).
- ພະຍາບາດ ຄວາມຢາກຮ້າຍ ອາຄາດພະຍາບາດ.
- ຖິນມິດທະ ຄວາມງ່ວງເຫງົາຫາວນອນ
- ອຸດທັດຈະກຸກກຸດຈະ ຄວາມຟຸ້ງຊານລຳຄານໃຈ
- ວິຈິກິດສາ ຄວາມລັງເລສົງໄສ
ວີຕິກກະມະກິເລດ
ກິເລດຢ່າງຫຍາບ ຄື ການປະພຶດກາຍະກຳທຸຈະຣິດ 3 (ຂ້າສັດ, ລັກຊັບ, ປະພຶດຜິດໃນກາມ), ວາຈີກຳທຸຈະຣິດ 4 (ເວົ້າຕົວະ, ເວົ້າຄຳຫຍາຍ, ເວົ້າຍຸແຍ່ ແລະ ເວົ້າບໍ່ມີສາຣະປະໂຫຍດ).
ນິໂຣດ
ນິໂຣດ (ນິໂຣທ) ຄືການດັບ ໝາຍເຖິງການດັບທຸກ (ນິບພານ), ການດັບທຸກກໍຄືດັບຕັນຫາ 3 ປະການ ຫຼື ກິເລດ 3 ຂັ້ນນັ້ນເອງ ເພາະກິເລດພາໃຫ້ດັບຕັນຫາ ດັບຕັນຫາພາໃຫ້ດັບທຸກ (ປະຕິດຈະສະມຸບບາດສາຍດັບ). ນິໂຣດ ຫຼື ການດັບແບ່ງເປັນ 5 ປະເພດດັ່ງນີ້:
- ຕະທັງຄະນິໂຣດ ດັບດ້ວຍອົງນັ້ນໆ ດັບດ້ວຍອຳນາດຂອງສິນ ຫຼື ວິປັດສະນາຍານ
- ວິຂຳພະນະນິໂຣດ ດັບຍ້ອນການຂົ່ມໄວ້ດ້ວຍອົງຊານ. ເມື່ອຍັງຊົງຊານຢູ່, ກິເລດກໍບໍ່ເກີດຂື້ນ.
- ສະມຸດເສຖະນິໂຣດ ດັບເດັດຂາດດ້ວຍໂລກຸດຕະຣະມັກທັງ 4 (ມັກຄະຈິດ) ກຳລັງລະກິເລດ ຕົວຢ່າງການບຳເພັນຕັດກິເລດຂອງພຣະອະຣິຍະ.
- ປະຕິປັດສັດທິນິໂຣດ ດັບສະໜິດ ໂດຍອາໄສໂລກຸດຕະຣະມັກດັບກິເລດໄປແລ້ວ ບັນລຸໂລກຸດຕະຣະຜົນໄປແລ້ວ.
- ນິດສະຣະນະນິໂຣດ ດັບຢ່າງຖາວອນ ຄືດັບກິເລດທັງໝົດໄດ້ຢ່າງເດັດຂາດ ດຳລົງຢູ່ໃນສະພາວະບໍ່ມີກິເລດ (ນິບພານ). ສຳເລັດພາລະກິດແລ້ວ.
ມັກມີອົງ 8
ມັກ (ມັຄ) ມີອົງ 8 ຫລື ອັດຖັງຄິກະມັກ ແປວ່າຫົນທາງອັນປະເສີດໄປສູ່ການດັບທຸກ (ນິໂຣດ). ບາງຕຳລາກໍເອີ້ນວ່າທາງສາຍກາງ (ກາງຢູ່ທີ່ຂັນ 5) ເປັນຫົນທາງປະຕິບັດເພື່ອໃຫ້ຄົນເຮົາພົ້ນທຸກ ກໍຄືຍັງສັບພະສັດໄປສູ່ມັກ ຜົນ ນິບພານ ເຊິ່ງເປັນຄວາມສຸກຂັ້ນສຸດຍອດມີອົງປະກອບ 8 ປະການຄື:
- ສຳມາທິດຖີ ຄວາມເຫັນຊອບ ຄືເຫັນຕາມສະພາບຄວາມເປັນຈິງຂອງສິ່ງທັງຫລາຍເຊັ່ນ: ເຫັນອະຣິຍະ ສັດ 4, ພຣະໄຕຣລັກ, ປະຕິດຈະສະມຸບບາດ...
- ສຳມາສັງກັບປະ ຄວາມຄິດຊອບ ໄດ້ແກ່ເນກະຂັມມະສັງກັບປະ (ຄິດອອກຈາກກາມະຄຸນ 5), ອະພະຍາບາທະສັງກັບປະ (ຄິດບໍ່ອາຄາດພະຍາບາດ)...
- ສຳມາວາຈາ ວາຈາຊອບ ໄດ້ແກ່ ວາຈີສຸຈະຣິດ 4 (ເວົ້າຄວາມຈິງ, ເວົ້າສຸພາບ, ບໍ່ເວົ້າຍຸແຍ່ ແລະເວົ້າມີສາຣະປະໂຫຍດ)
- ສຳມາກຳມັນຕະ ການກະທຳຊອບ ໄດ້ແກ່ ກາຍາສຸຈະຣິດ 3 (ເວັ້ນຈາກຂ້າສັດ, ເວັ້ນຈາກການລັກຊັບ, ເວັ້ນຈາກການປະພຶດຜິດໃນກາມ)
- ສຳມາອາຊີວະ ການລ້ຽງຊີວິດຊອບ ໄດ້ແກ່ເວັ້ນຈາກມິດຊາຊີບ
- ສຳມາວາຍາມະ ຄວາມພຽນຊອບ ໄດ້ແກ່ ສັມມັບປະທານ 4 (ຄວາມພຽນ 4 ປະການ)
- ສຳມາສະຕິ ຄວາມລະນຶກຊອບ ໄດ້ແກ່ລະນຶກ ຫຼື ຈະເຣີນໃນ ສະຕິປັດຖານ 4 (ກາຍາ, ເວທະນາ, ຈິດຕາ ແລະ ທຳມານຸປັດສະນາ).
- ສຳມາສະມາທິ ຄວາມຕັ້ງໃຈໝັ້ນຊອບ ຄືຕັ້ງໃຈແນ່ວແນ່ໃນ ຊານ 1-4.
ສະຫຼຸບ
ບຸກຄົນຜູ້ທີ່ຕ້ອງການພົ້ນທຸກ ຈະຕ້ອງລົງມືປະພຶດປະຕິບັດມັກມີອົງ 8 ເພາະເປັນທາງດຽວເທົ່ານັ້ນທີ່ຈະເຮັດໃຫ້ມະນຸດຫຼຸດພົ້ນຈາກຄວາມທຸກທັງປວງ ເຮັດໃຫ້ຄົນທຳມະດາກາຍເປັນພຣະອະຣິຍະ ແລະບັນລຸນິບພານໃນທີ່ສຸດ. ການປະພຶດມັກມີອົງ 8 ກໍຄືການຈະເຣີນໄຕຣສິກຂາ (ສິນ ສະມາທິ ແລະປັນຍາ). ການຈະເຣີນສິນ ສະມາທິ ປັນຍາ ກໍຄືການປະຕິບັດສະມາຖະ ແລະ ວິປັດສະນາກຳມັດຖານ (ສະຕິປັດຖານ) ເພື່ອຂັດເກົາກິເລດ 3 ປະການໃຫ້ເບົາບາງລົງເທື່ອລະນ້ອຍ ແລະ ກ້າວໄປເຖິງການທຳລາຍກິເລດໃຫ້ໝົດກ້ຽງ ຈິ່ງຈະບັນລຸຄວາມສຸກອັນສຸດຍອດ ເຊິ່ງເປັນ ຈຸດໝາຍສູງສຸດຂອງຊີວິດ.
ແນະນຳອ່ານ
0 Comments