ເງິນກີບລາວ ລາວບໍ່ໃຊ້ ຈະມີຄ່າແນວໃດ?
ຊິໃຫ້ໃຜມາຖື ຄອບຄອງນຳໃຊ້
ນອກຈາກໄທເຮົານີ້ ພາກັນເຊີດຊູຄ່າ
ຮັກສາເງິນກີບໄວ້ ເປັນສິນຄ້າສື່ກາງ
ລາງຄົນແຖມຈົ່ມເວົ້າ ວ່າເງິນກີບບໍ່ມີຫຍັງ
ຫວັງແຕ່ຖືເງິນຕາ ບາດ-ໂດລາພຸ້ນ
ຄຸນຄ່່າເງິນລາວດ້ອຍ ຖືໄປກໍໄຮ້ຄ່າ
ສູ້ຖືເງິນໂດລາ ຫຼື ຊື້ຄຳມາເກັບໄວ້ ພໍຊິໄດ້ອຸ່ນໃຈ ວ່າເດ
ເຈົ້າບໍ່ຖື ຂ້ອຍບໍ່ໃຊ້ ຊິຄອງແຂກທາງໃດຖື
ເດນໍ
ໂຕເອງຍັງບໍ່ຮັກໂຕເອງ ແມ່ນໃຜຊິຮັກເຈົ້າ
ຮັກຊາດລາວ ຄວນຮັກເງິນກີບພ້ອມ ພາກັນໃຊ້ຈ່າຍ
ຊື້-ຂາຍ ເປັນເງິນກີບເທົ່ານັ້ນ ວັນໜ້າຫາກຈະດີ
ເຫັນບໍ ເງິນກີບທຸກມື້ນີ້ ບໍ່ແຂງຄ່າຄືເຂົາ
ເປັນເພາະເຮົາ ຫຼື ເພາະໃຜ ຈິ່ງເປັນແນວນີ້
ບໍ່ວ່າຕູ້ສີ ຕາສາເຖົ້າ ຊິເປັນຄົນປັ່ນຄ່າ
ເຊົາສາ! ຫັນມາເຮັດແທ້ໆ ຊົມໃຊ້ກີບລາວ
ສາເຢີ
ເຈົ້າຢ່າຂໍ້ລໍ໋ໆ ແຂ້ແລ໋ໆ ເວົ້າແຕ່ປາກ
ໃຈບໍ່ຈິງເລີຍນ່າ
ຢ່າຫາພາກັນເຮັດ ຫຼອກແຕ່ຄົນອື່ນໃຊ້
ຕັດສິນໃຈຕອນນີ້ ຍັງບໍ່ສວາຍໄດ໋ຂ້ອຍວ່າ
ຮີບມາສາ ມາແກ້ໄພເງິນເຟີ້ ດ້ວຍການໃຊ້ເງິນກີບລາວ ໄດ້ບໍ?
0 Comments