ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນ ວັນເດັກນ້ອຍ ສາກົນ ເຊິ່ງຫລາຍປະເທດທົ່ວໂລກໄດ້ຈັດງານສະເຫລີມສະຫລອງຢ່າງຄຶກຄື້ນ. ພໍ່ແມ່ຈະພາລູກ ໆ ຂອງຕົນໄປທ່ຽວຫລີ້ນຕາມສະຖານທີ່ຈັດງານຕ່າງໆ. ເບິ່ງຄືວ່າເດັກນ້ອຍ ກໍຄືພໍ່ແມ່ຈະຈື່ວັນນີ້ຢ່າງບໍ່ລືມ. ນັບແຕ່ການແຜ່ລະບາດຂອງພະຍາດໂຄວິດ – 19, ບັນຍາກາດໃນວັນເດັກຂ້ອນຂ້າງຈະຫງຽບເຫງົາ ເພາະທຸກຄົນເປັນຫ່ວງຊີວິດຫລາຍກວ່າຄວາມມ່ວນຊື່ນ. ແຕ່ວ່າການໂພດຮູບກິດຈະກຳໃນຄອບຄົວ ແລະ ຮູບເດັກນ້ອຍລົງສື່ສັງຄົມອອນລາຍ ໂດຍສະເພາະ Facebook ກໍຖືວ່າເປັນກິດຈະກຳຄຶກຄັກອີກແບບໜຶ່ງ.
ວັນເດັກນ້ອຍ ສາກົນຍັງກົງກັບວັນປູກຕົ້ນໄມ້ແຫ່ງຊາດຂອງລາວ. ແຕ່ລະປີ ນອກຈາກຈັດງານວັນເດັກ ພາກລັດຍັງຈັດງານປູກຕົ້ນໄມ້ຮ່ວມກັບຫລານນ້ອຍໄປພ້ອມກັນ. ການປູກຕົ້ນໄມ້ກັບຫລານນ້ອຍເປັນການປູກຈິດສຳນຶກໃຫ້ເດັກນ້ອຍ ຮູ້ຈັກຮັກຕົ້ນໄມ້ ແລະ ຫ່ວງແຫນປ່າໄມ້ ເຊິ່ງເປັນຊັບສົມບັດຂອງວົງຄະລາຍາດແຫ່ງຊາດ. ການປູກຕົ້ນໄມ້ໃຫ້ເປັນປ່າ ກໍເພື່ອເປັນຊັບສົມບັດທາງທຳມະຊາດໃຫ້ລູກຫລານຮຸ່ນຫລັງ. ການປູກຕົ້ນໄມ້ວ່າຍາກ ແຕ່ກໍບໍ່ຍາກເທົ່າກັບການປູກຝັງຈິດສຳນຶກຂອງເດັກນ້ອຍ ໃຫ້ເປັນຊັບສົມບັດອັນລ້ຳຄ່າຂອງປະເທດຊາດໃນອະນາຄົດ. ຕົ້ນໄມ້ໃຫຍ່ມາ ຖ້າບໍ່ໄດ້ຕາມແຜນ ກໍຕັດຖີ້ມໂລດແລ້ວປູກຕົ້ນໃໝ່ແທນທີ່. ແຕ່ຄົນເຮົາມັນຕ່າງນັ້ນກັນຢ່າງຂາດຂັ້ນ ເພາະວ່າຍັງບໍ່ເຄີຍເຫັນພໍ່ແມ່ຄົນໃດຂ້າລູກຕົນເອງຍ້ອນລູກເປັນຄົນຊົ່ວ.
ເມື່ອຄົນເກີດມາແລ້ວ ຖ້າບໍ່ສ້າງຄວາມດີໄວ້ໃຫ້ແກ່ສັງຄົມ ເຂົາກໍຈະສ້າງຄວາມເດືອດຮ້ອນໃຫ້ສັງຄົມ ກໍຄືປະເທດຊາດ. ບາງຄົນອ້າງວ່າ ຕົນເອງຊົ່ວຜູ້ດຽວ ບໍ່ກ່ຽວກັບຄົນອື່ນ ຫລື ສ້າງຄວາມຫຍຸ້ງຍາກໃຫ້ແກ່ສັງຄົມ. ຂ້າພະເຈົ້າວ່າບໍ່ຈິງດອກ. ຄົນເຮົານັບແຕ່ຢູ່ໃນທ້ອງ ເກີດອອກມາ ມີຊີວິດຈົນຮອດມື້ຕາຍ ລ້ວນແຕ່ສົ່ງຜົນກະທົບຕໍ່ຄົນອື່ນ ບໍ່ວ່າການກະທຳຂອງເຂົາຜູ້ນັ້ນຈະດີຫລືບໍ່ກໍຕາມ. ຄຳຖາມກໍຄືວ່າ ເຮົາຈະປູກຄົນໃຫ້ເປັນຄົນດີ ຄືກັບປູກໄມ້ໃຫ້ເປັນປ່າແນວໃດເພື່ອອະນາຄົດ? ເດັກນ້ອຍວັນນີ້ກໍຄືຜູ້ໃຫຍ່ໃນວັນໜ້າ. ຖ້າເດັກນ້ອຍວັນນີ້ບໍ່ດີ ບາດເປັນຜູ້ໃຫຍ່ກໍມີໂອກາດບໍ່ດີສູງ. ຍົກຕົວຢ່າງທາງດ້ານກາຍະພາບ ຖ້າຄົນບໍ່ແຂງແຮງແຕ່ຍັງນ້ອຍ ໃຫຍ່ມາກໍເປັນມະລອງຈອງຈອຍ ທາງດ້ານຈິດໃຈກໍເຊັ່ນດຽວກັນ.
ໃຜຈະເປັນຜູ້ສ້າງຄົນໃຫ້ເປັນຄົນດີ?
ການສ້າງຄົນບໍ່ແມ່ນໜ້າທີ່ຂອງໃຜຜູ້ໜຶ່ງ ແຕ່ມັນເປັນໜ້າທີ່ຂອງໝົດທຸກຄົນ ແລະ ທຸກພາກສ່ວນ ນັບທັງາກລັດ ແລະເອກະຊົນ. ຖ້າຫາກເຫັນດີກັບຄຳເວົ້າທີ່ກ່າວມານີ້, ລອງຖາມໃຈຕົວເອງເບິ່ງວ່າ ເຮົາພ້ອມແລ້ວບໍທີ່ປະກອບສ່ວນໃນການສ້າງຄົນສ້າງ ບໍ່ແມ່ນຫາໂອກາດທຳລາຍຄືແຕ່ກ່ອນ.
ຄອບຄົວເປັນສະຖາບັນຫລັກໃນການສ້າງຄົນ ເຊິ່ງພໍ່ແມ່ມີບົດບາດສຳຄັນໃນການສຶກສາອົບຮົມລູກຫລານຂອງຕົນໃຫ້ເປັນຄົນເກັ່ງ ທັງດີ, ມີມາລະຍາດ ແລະ ມີຄວາມສັດຊື່. ເລື່ອງຄວາມເກັ່ງຂອງຄົນໃນປະຈຸບັນນີ້ບໍ່ຕ້ອງຫ່ວງຫລາຍ ເພາະຈະເຫັນວ່າຄົນເກັ່ງ ພຽບພ້ອມດ້ວຍຄວາມຮູ້ຄວາມສາມາດມີບໍ່ອຶດ ແຕ່ສິ່ງທີ່ອຶດກໍຄືຄົນດີ ມີຄຸນສົມບັດ ແລະ ຊື່ສັດ ເຊິ່ງສັງຄົມກຳລັງຫິວໂຫຍຄົນປະເພດນີ້ຢູ່. ຢາກໃຫ້ລູກເປັນຄົນດີຕາມທີ່ເວົ້າມານີ້ ພໍ່ແມ່ໄດ້ທຳຕົວໃຫ້ເປັນແບບຢ່າງທີ່ດີແກ່ລູກແລ້ວຫລືບໍ່?
ສະຖາບັນການສຶກສາກໍມີບົດບາດສຳຄັນບໍ່ໜ້ອຍກວ່າສະຖາບັນຄອບຄົວ ເພາະເປັນບ່ອນສິດສອນຕັ້ງແຕ່ອະນຸບານຈົນເຖິງຫລັງມະຫາວິທະຍາໄລ. ເກືອບວ່າໜຶ່ງສ່ວນສາມຂອງຊີວິດແມ່ນຢູ່ໃນໂຮງຮຽນກໍວ່າໄດ້. ໂຮງຮຽນ ໂດຍສະເພາະຄູອາຈານເດ ພ້ອມແລ້ວບໍໃນການສ້າງຄົນ? ແນ່ນອນວ່າໃນໄລຍະຜ່ານມາ ຄົນເຮົາມີຄວາມຮູ້ຄວາມຫລັກກໍຍ້ອນຄູອາຈານຢູ່ໂຮງຮຽນເປັນຜູ້ສິດສອນ. ຜົນງານອັນນີ້ຖືວ່າຍົກໄວ້ເບື້ອງສູງຄືກັບບຸນຄຸນຂອງພໍ່ແມ່. ແຕ່ນອກຈາກຄວາມຮູ້ທາງວິຊາໂລກແລ້ວເດ ຄູອາຈານໄດ້ຖ່າຍທອດຈິດສຳນຶກທາງດ້ານສີລະທຳ, ຈາຣິຍະທຳ ແລະຈັນຍາບັນໃນອາຊີບໃຫ້ແກ່ນັກຮຽນຫລາຍປານໃດ? ທຳມະດາ ຄົນຈະສອນສີລະທຳໃຫ້ໝູ່ໄດ້ ຕົນເອງກໍຕ້ອງມີສາກ່ອນ. ຖ້າບໍ່ດັ່ງນັ້ນ ໃຜຈະເຊື່ອຟັງ?
ສະຖານບັນອື່ນໆ ທີ່ນັກຮຽນຫລືບຸກຄົນເຂົ້າໄປກ່ຽວຂ້ອງ ກໍມີຄວາມສຳຄັນໄປຕາມໆກັນ. ພວກເຮົາຢູ່ໃນສະຖາບັນດັ່ງກ່າວພ້ອມຈະສ້າງຄົນຄືກັນບໍ? ບູຮານລາວກ່າວໄວ້ວ່າ “ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ”. ພວກເຮົາຊິຍັງເປັນໝູ່ແຮ້ງໝູ່ກາບໍໃຫ້ລູກຫລານ? ພວກເຮົາຊິຕັດສິນໃຈຊ່ວຍ ຫລື ຊິຊ້ຳເຕີມເມື່ອມີໂອກາດ? ຖ້າເຮົາເຄີຍຖືກໂກງຈາກຄົນອື່ນ ເຮົາມີຄວາມອາດຫານພໍບໍ ທີ່ຈະບໍ່ໂກງຕໍ່? ເພາະນັ້ນຈະເປັນການຖ່າຍທອດແບບບໍ່ຮູ້ສຶກຕົວ. ດອກໄມ້ງາມ ເຈົ້າຈະອົດໃຈ ໄວ້ໃຫ້ຄົນອື່ນໄດ້ຊື່ນຊົມຄວາມງາມນຳ ຫລື ເຈົ້າຈະເຫັນແກ່ຕົວດ້ວຍການເດັດລົມ ພຽງເພາະຄວາມໄຄ່ໃນຄວາມຫອມຂອງດອກໄມ້?
ປະຈຸບັນນີ້, ໃຜກໍວ່າ ເບື່ອເລື່ອງຄວາມອະຍຸຕິທຳ, ຄວາມຫລອກລວງ, ການສໍ້ລາດບັງຫລວງ ແລະ ອື່ນໆ. ເຮົາເບື່ອບັນຫາເຫລົ່ານີ້ແທ້ບໍ? ເຮົາຕ້ອງການຄວາມຍຸຕິທຳ ແລະ ຄວາມສັດຊື່ແທ້ບໍ? ຫລື ມີແຕ່ຕ້ອງການຮຽກຮ້ອງຄວາມຍຸຕິທຳໃນເວລາໂຕເອງເສຍຜົນປະໂຫຍດເທົ່ານັ້ນ? ຖ້າເຮົາຕ້ອງການຄວາມຍຸຕິທຳ, ເຮົາກໍຕ້ອງຮຽນເປັນຄົນຍຸຕິທຳ; ຖ້າເຮົາຕ້ອງການຄວາມຊື່ສັດ, ເຮົາກໍຕ້ອງເປັນຄົນຊື່ສັດ. ຕາບໃດທີ່ຕົນເອງຍັງບໍ່ມີຄວາມຍຸຕິທຳ ກໍບໍ່ຄວນໄປຮຽກຮ້ອງຄວາມຍຸຕິທຳ.
ຜູ້ໃຫຍ່ ຫລື ຜູ້ອາວຸໂສ ລ້ວນແຕ່ເຄີຍເປັນເດັກນ້ອຍມາແລ້ວ. ຄິດວ່າປະສົບການຊີວິດອັນຖືກ ອັນໃດຜິດກະຊິຮູ້ຢ່າງແຈ່ມແຈ້ງ. ປະສົບການອັນດີເຫລົ່ານັ້ນຄວນບໍທີ່ຈະຖ່າຍຖອດໃຫ້ລູກຫລານ ແລະ ປະສົບການສ່ວນບໍ່ດີຂອງຕົນເອງ ເຊິ່ງຮູ້ທັງຮູ້ວ່າມັນຜິດສີລະທຳ ແລະ ກົດໝາຍ ຍັງຊິຖ່າຍທອດໃຫ້ລູກຫລານອີກຕໍ່ໄປຫລືບໍ? ການປູກຕົ້ນໄມ້ກໍດີ ການປູກຄົນກໍດີ ພວກເຮົາຕ້ອງຊ່ວຍການປູກ ຊ່ວຍກັນຮັກສາ. ພວກເຮົາຈິ່ງຈະໄດ້ປ່າໄມ້ກວ້າງອອກ ແລະ ໄດ້ຄົນດີຫລາຍຂື້ນສັງຄົມ. ຖ້າພວກເຮົາຫາກຖືເອົາວັນທີ 1 ມິຖຸນາ ເປັນວັນເລີ່ມຕົ້ນປູກຄົນ ແລະ ປູກໄມ້ ຕາມທີ່ພວກເຮົາຕົກລົງມານີ້ໃນທຸກປີ ອີກບໍ່ດົນປະເທດລາວເຮົາກໍຈະເຕັມໄປດ້ວຍປ່າໄມ້ຂຽວງາມ ເພາະວ່າຄົນດີ ມີສິນລະທຳຫລາຍຂື້ນ.
0 Comments