ມາດາມ ໃສ່ “ໝວກ” ແລ້ວ……………..ລີລາທ່າຂຶງຂັງ
ເກີດພະລັງໃນຕົວ………………………….ສັ່ງການຄົນໄດ້
ໃຜກໍຢຳເກງຢ້ານ…………………………..ຍາມມາດາມສັ່ງ
ຮັບຟັງໂດຍນອບນ້ອມ……………………ບໍ່ຫານກ້າຂັດຄໍ
ມາດາມ ເກັ່ງຮອບຮູ້…………………..ດີເລື່ອງບໍລິຫານ
ຊ່າງຈັດການເງິນຄຳ………………………..ສ່ວນຕົວ-ລວມພ້ອມ
ແຖມຍັງຊອມບັນຊາຊີ້…………………….ວຽກງານແທນຄົນອື່ນ
ເພິ່ນບຸກບືນສ່ຳນີ້………………………….ຄົນຄວນຍ້ອງຊື່ນຊົມ
ແຕ່ວ່າ ຍາມເພິ່ນມາຍັບໃກ້………………ຄົນພັດຕື່ນແຕກໜີ
ປານວ່າມີເສືອມາ………………………….ຂຸບກິນແກມຫຼີ້ນ
ໄດ້ຍິນສຽງກໍຍັງຢ້ານ……………………..ໃຈຄໍບໍ່ທຸ່ນທ່ຽງ
ຊື່ສຽງອຳນາດເຈົ້າ…………………………ສັງມາກ້າເກັ່ງດີ ແທ້ເດ
ຂ້ອຍນີ້ຄິດຢາກໄດ້……………………….ໝວກມາດາມ ໃສ່ບາງຄາວ ເບິ່ງເດ
ຄືຊິມີລາສີ…………………………………ວາດຊົງຄົງໂກ້
ວາງໂຕພໍດີດ້າມ……………………………ຕາມພາສາຄົນຕ່ຳ
ບໍ່ຖະຫຼ່ຳລື່ນເຈົ້າ……………………………ເພາະຢືມໃຊ້ໝວກອື່ນເຂົາ ດອກນ່າ.
0 Comments